ແປ້ນພິມພາສາລາວມີມາຕັ້ງແຕ່ປີ 2013

ພິມພາສາລາວໃຫ້ໄວ ແລະ ສະດວກໃນ iPhone ແລະ iPad.

Souliyo Key Pro ຖືກສ້າງມາສໍາລັບການພິມພາສາລາວໃນຊີວິດປະຈໍາວັນ ດ້ວຍການຈັດວາງປຸ່ມທີ່ໃຊ້ງ່າຍ, ການພິມທີ່ລື່ນໄຫຼ ແລະ ມີການແນະນໍາຄໍາ on-device ທີ່ປັບຕາມຮູບແບບການພິມຂອງທ່ານ.

2013 ພັດທະນາ ແລະ ເປີດນໍາໃຊ້ສາທາລະນະ
iOS ເປັນແປ້ນພິມພາສາລາວທໍາອິດໃນ iOS
On-device ມີການແນະນໍາຄໍາໃນເຄື່ອງ

ອອກແບບເພື່ອການສື່ສານພາສາລາວເປັນຫຼັກ.

ໂຄງການນີ້ເນັ້ນຄຸນນະພາບການພິມທີ່ໃຊ້ງານໄດ້ຈິງ: ເຂົ້າເຖິງການພິມອັກສອນລາວໄດ້ໄວ, ມີການແນະນໍາຄໍາຈາກວັດຈະນານຸກົມລາວໃນເຄື່ອງ ແລະ ມີການຮຽນຮູ້ຈາກຄໍາທີ່ທ່ານມັກພິມໄດ້.

Prediction

ຄໍາແນະນໍາພາສາລາວອັດສະລິຍະ

ມີການແນະນໍາຄໍາຕາມການພິມ ແລະ ຖືກຈັດລໍາດັບຄວາມກ່ຽວຂ້ອງທີ່ແມ້ນຢໍາ ເພື່ອໃຫ້ທ່ານພິມຄົບຄໍາໄດ້ດ້ວຍການແຕະນ້ອຍລົງ.

Personalization

ຮຽນຮູ້ຈາກການພິມຂອງທ່ານ

ແປ້ນພິມຈະບັນຮຽນຮູ້ຄໍາທີ່ທ່ານມັກພິມໄວ້ໃນເຄື່ອງ ເພື່ອຈັດລໍາດັບຄໍາ ແລະ ຮູບແບບທີ່ທ່ານໃຊ້ບໍ່ຂາດ ຂໍ້ມູນຈະຢູ່ເຄື່ອງທ່ານເທົ່ານັ້ນ ແລະ ສາມາດລຶບໄດ້.

Stability

ພັດທະນາໃຫ້ໃຊ້ກັບ iOS ໃໝ່ໄດ້ດີ

ໂຄງການນີ້ຖືກຟື້ນຟູ ແລະ ພັດທະນາຕໍ່ເນື່ອງດ້ວຍ ເພື່ອໃຫ້ຄົນລາວໃຊ້ພາສາລາວໄດ້ສະດວກຂຶ້ນ.

ຕິດຕັ້ງໄວໃນ 3 ຂັ້ນຕອນ.

1

ດາວໂຫຼດ Souliyo Key Pro ຈາກ App Store.

2

ເຂົ້າ Settings ຂອງ iOS, ເພີ່ມ keyboard ແລະ ເປີດໃຊ້ໃນລາຍການ keyboard.

3

ສະຫຼັບໄປ Souliyo Key ໃນຂະນະພິມ ແລະ ເລີ່ມໃຊ້ຄໍາແນະນໍາພາສາລາວໄດ້ທັນທີ.

ໜ້າຈໍຈາກແອັບຈິງ.

ນໍາໃຊ້ screenshot ຈາກແອັບຈິງເພື່ອສະທ້ອນປະສົບການໃຊ້ keyboard ທີ່ແທ້ຈິງ.

ສະໜັບສະໜູນຄ່າກາເຟ

ຖ້າ Souliyo Key ຊ່ວຍທ່ານໄດ້, ຂໍເຊີນສະໜັບສະໜູນຄ່າກາເຟຜ່ານ QR ດ້ານລຸ່ມນີ້. ການສະໜັບສະໜູນຂອງທ່ານຊ່ວຍໃຫ້ການພັດທະນາຍັງຄົງດຳເນີນ ແລະ ເດີນໜ້າຕໍ່ໄປເພື່ອຊຸມຊົນຄົນລາວ.

ການສະໜັບສະໜູນຂອງທ່ານ ຊ່ວຍໃຫ້ Souliyo Key ຍັງຄົງຟຣີ, ສະຖຽນ, ແລະ ພັດທະນາຕໍ່ໄປ.

QR ສຳລັບສະໜັບສະໜູນ

ຄໍາຖາມທີ່ພົບເລື້ອຍ

ຮອງຮັບ iOS ຮຸ່ນໃໝ່ບໍ?

ຮອງຮັບ. ໂຄງການນີ້ຖືກຟື້ນຟູ ແລະ ພັດທະນາຕໍ່ເນື່ອງຕາມ workflow iOS ປັດຈຸບັນ ພ້ອມສະຄຣິບການກວດສອບກ່ອນ release.

ການຄາດຄະເນຄໍາເຮັດວຽກແນວໃດ?

ຄໍາແນະນໍາໃຊ້ແຫຼ່ງຄໍາພາສາລາວໃນເຄື່ອງ ແລະ ການຈັບຄູ່ແບບ prefix ຈາກນັ້ນຈັດລໍາດັບຕາມຄໍາທີ່ທ່ານເລືອກບ່ອຍ.

ແອັບນີ້ເນັ້ນການພິມພາສາລາວໂດຍສະເພາະບໍ?

ແມ່ນ. Souliyo Key Pro ອອກແບບມາເພື່ອຄວາມຕ້ອງການການພິມພາສາລາວ ແລະ ການສື່ສານໃນຊີວິດຈິງ.

ຕິດຕັ້ງ Souliyo Key Pro ມື້ນີ້.

ເຂົ້າໜ້າ App Store ທາງການເພື່ອດາວໂຫຼດ ແລະ ເປີດໃຊ້ keyboard ໃນ iPhone ຫຼື iPad ຂອງທ່ານ.

ດາວໂຫຼດຈາກ App Store